ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດໂຊກໄຊ ມອບເຄື່ອງກິລາໃຫ້ໂຮງພິມກອງທັບ

     ໃນວັນທີ 13 ຕຸລາ 2023 ນີ້, ບໍລິສັດໂຊກໄຊ ເຊິ່ງນໍາໂດຍ ທ່ານ ໂຊກໄຊ ທໍາມະວົງ ຮອງອໍານວຍການບໍລິ ສັດໂຊກໄຊ ພ້ອມດ້ວຍ
ຄະນະໄດ້ນໍາເອົາຊຸດກິລາ ຈໍານວນ 65 ຊຸດ ແລະ ອຸປະກອນກິລາຈໍານວນໜຶ່ງ ລວມມູນຄ່າ 18 ລ້ານກີບມາມອບໃຫ້ໂຮງພິມກອງທັບ.
ການນໍາເອົາເຄື່ອງກີລາມາມອບໃຫ້ຄັ້ງນີ້ກໍ່ເພື່ອເປັນການສ້າງຂະບວນການກີລາ ຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ
(20 ມັງກອນ 1949-20 ມັງກອນ 2024) ໃຫ້ມີບັນ ຍາກາດຄືກຄື້ນມ່ວນຊື່ນ, ກ່າວຮັບໂດຍ ທ່ານ ພັນເອກ ລະຄອນແກ້ວ ແກ້ວກິນນາ
ລີ ຫົວໜ້າອໍານວຍການໂຮງພິມ ກອງທັບ ພ້ອມດ້ວຍຄະນະ.

               ໂອກາດດຽວກັນນີ້, ທ່ານ ພັນເອກ ລະຄອນແກ້ວ ແກ້ວກິນນາລີ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ໂຊກໄຊ ທໍາມະວົງ ທີ່ໄດ້ນຳເອົາ
ເຄື່ອງກິລາຈຳນວນດັ່ງກ່າວມາຊຸກຍູ້ໂຮງພິມກອງທັບໃນຄັ້ງນີ້ ເຊິ່ງເປັນການ ກະຕຸກ ຊຸກຍູ້ ຂະບວນການແຂ່ງຂັນກິລາໃຫ້ມີບັນຍາກາດຟົດຟື້ນ.
ພ້ອມນັ້ນ, ທ່ານຍັງໄດ້ອວຍພອນໃຫ້ ຮອງອໍານວຍການບໍລິສັດ ໂຊກໄຊ  ພ້ອມດ້ວຍຄະນະຈົ່ງມີສຸຂະພາບແຂງແຮງ ພ້ອມທັງໃຫ້ຄໍາໝັ້ນສັນ
ຍາວ່າຈະນໍາເອົາເຄື່ອງດັ່ງກ່າວໄປໝູນໃຊ້ໃຫ້ ເກີດປະໂຫຍດສຸງສຸດ.

ແຫຼ່ງທີ່ມາ: ຂກທ
ວັນທີ 17/10/2023